1ປະກາດສາກົນ ກ່ຽວກັບສິດຂອງມະນຸດ
2
3ວັນທີ 20 ທັນວາ ຄ.ສ 1958
4
5ກອງປະຊຸມໃຫຍ່ສະຫະປະຊາຊາດໄດ້ຮັບຮອງ ແລະ ປະກາດສິດຂອງມວນມະນຸດຊື່ງພວກເຮົາໄດ້ຈັດພິມຂື້ນຕະຫຼອດບົດຫຼັງການປະກາດອັນເປັນປະຫວັດການນີ້ກອງປະຊຸມໃຫຍ່ໄດ້ຊີ້ແຈງກັບສະມາຊິກທຸກໆທ່ານຂໍຈົ່ງຢ່າໄດ້ປະລະເລີຍໂອກາດ ແລະ ວິທີທາງອັນໃດຊື່ງສາມາດຈະໄດ້ຮັບໃນອານາຄົດ, ເພື່ອເຜີຍແຜ່ໃຫ້ປະຊາຊົນໄດ້ຮັບແຈກຈ່າຍອ່ານ ແລະ ວິຈານສີ່ງສຳຄັນໃນໂຮງຮຽນ ແລະ ສະຖານສຶກສາໃດໆໂດຍບໍ່ຄຳນືງເຖິງລັດທິ, ການເມືອງຂອງເຮົາ ຫຼື ປະເທດໃດເລີຍ.
6
7ສຳນັກງານຖະແຫຼງຂ່າວຂອງອົງການສະຫະປະຊາຊາດ ຄ.ສ 1958.
8ບົດນຳ
9
10ດ້ວຍເຫດວ່າ: ການຮັບຮູ້ກຽດຕິສັກອັນມີປະຈຳຢູ່ຕົວບຸກຄົນໃນວົງສະກຸນຂອງມະນຸດທຸກໆຄົນ ແລະ ການຮັບຮູ້ສິດສະເໝີພາບ ແລະ ສະເຖຍລະພາບຂອງບຸກຄົນເຫຼົ່ານັ້ນ ປະກອບເປັນຮາກຖານຂອງສິດເສລີພາບ ຍຸດຕິທຳ ແລະ ສັນຕິພາບຂອງໂລກ.
11
12ດ້ວຍເຫດວ່າ: ການບໍ່ຮັບຮູ້ ແລະ ໜີ່ນປະໝາດຕໍ່ສິດຂອງມະນຸດນັ້ນໄດ້ເປັນຕົ້ນເຫດໃຫ້ເກີດການກະທຳຢ່າງປ່າເຖື່ອນຊື່ງຈະເຮັດໃຫ້ແຄ້ນໃຈຕໍ່ມະໂນທຳຂອງມະນຸດ ແລະ ເຫັນວ່າການນຳຊື່ງໂລກມະນຸດທີ່ຈະມີອິດສະຫຼະໃນການສະແດງຄວາມເວົ້າ ແລະ ຄວາມເຊື່ອຖືຊື່ງຈະພົ້ນຈາກຄວາມຫວາດຫວັ່ນ ຢ້ານກົວ ແລະ ຍາກຈົນຂົ້ນແຄ້ນນັ້ນໄດ້ຖືກປະກາດວ່າ: ເປັນຄວາມປາຖະໜາອັນຍອດຍີ່ງຂອງມະນຸດ.
13
14ດ້ວຍເຫດວ່າ: ມີຄວາມສຳຄັນທີ່ຕ້ອງລະບຽບສິດປ້ອງກັນສິດທັງຫຼາຍຂອງມະນຸດເພື່ອບໍ່ໃຫ້ບຸກຄົນຖືກບັງຄັບໃຈໃຫ້ຕໍ່ສູ້ຄວາມບຽດບຽນຂ້ຽວແຂ້ນແລະຄວາມກົດຂີ່ຂົ່ມເຫງຈົນເຫຼືອວິໃສ.
15
16ດ້ວຍເຫດວ່າ: ເປັນຂໍ້ສຳຄັນທີ່ຕ້ອງເຊີດຊູສຳພັນທະໄມຕີລະຫວ່າງປະເທດຊາດໃຫ້ດີຍີ່ງຂື້ນ;
17
18ດ້ວຍເຫດວ່າ: ໃນກົດໝາຍໂລກນັ້ນປະຊາຊົນແຫ່ງສະຫະປະຊາຊາດໄດ້ປະກາດຢືນຢັນຄວາມເຊື່ອຖືຂອງຕົນອີກໃນສິດສຳຄັນຂອງມະນຸດ ໃນກຽດຕິສັກ ແລະ ຄຸນຄ່າຂອງບຸກຄົນໃນຄວາມສະເໝີພາບຂອງສິດສ່ວນບຸກຄົນຜູ້ຊາຍ ຫຼື ຜູ້ຍິງ ແລະ ເຫັນວ່າ:ປະຊາຊົນເຫຼົ່ານັ້ນໄດ້ປະກາດຕົນເປັນຜູ້ຈະເລີນພໍແລ້ວທີ່ຈະຊ່ວຍສະໜັບສະໜູນຄວາມກ້າວໜ້າທາງດ້ານສັງຄົມປະລະຈະຈັດຕັ້ງມາດຕະຖານການຄອງຊີບໃຫ້ດີຍີ່ງຂື້ນໂດຍເສລີພາບອັນກວ້າງຂວາງ:
19
20ດ້ວຍເຫດວ່າ: ລັດສະມາຊິກຕ່າງໆໄດ້ໃຫ້ຄວາມໝັ້ນສັນຍາວ່າຈະຮ່ວມມືກັບອົງການສະຫະປະຊາຊາດເພື່ອຈັດດຳເນີນການໃຫ້ການນັບຖືສິດທັງຫຼາຍຂອງມະນຸດ ແລະ ສິດເສລີພາບອັນສຳຄັນທັງມວນໄດ້ເປັນໄປທົ່ວໂລກຢ່າງປະຈັກ.
21
22ດ້ວຍເຫດວ່າ: ຄວາມເຂົ້າໃຈໃນສິດເສລີພາບເຫຼົ່ານີ້ໂດຍທົ່ວກັນເປັນຂໍ້ສຳຄັນຍີ່ງເພື່ອປະຕິບັດຕາມສັນຍານີ້ຢ່າງສົມບູນ.
23
24ກອງປະຊຸມໃຫຍ່ຈື່ງປະກາດວ່າ:
25
26ປະກາດສາກົນກ່ຽວກັບສິດຂອງມະນຸດສະບັບນີ້ເປັນອຸດົມຂະຕິຮ່ວມກັນທີ່ຈະໃຫ້ຊົນຊາດ ແລະ ປະເທດຊາດທຸກໆຊາດບັນລຸເຖິງ ເພື່ອຈະໃຫ້ບຸກຄົນທຸກຄົນ ແລະ ອົງການສັງຄົມທຸກອົງການ ຊື່ງຖືເອົາປະກາດນີ້ເປັນນິໃສປະຈຳໃຈສະເໝີນັ້ນພະຍາຍາມຈັດການໃຫ້ມີຜູ້ນັບຖືສິດ ແລະ ເສລີພາບເຫຼົ່ານີ້ໃຫ້ກວ້າງຂວາງອອກໄປໂດຍການສຶກສາ ແລະ ການອົບຮົມ ແລະ ຈັດການໃຫ້ມີຜູ້ຮັບຮູ້ ແລະ ປະຕິບັດສິດ ແລະ ເສລີພາບນີ້ທົ່ວໄປຢ່າງປະຈັກໂດຍໃຊ້ລະບຽບຕາມຂັ້ນຂອງຊາດໃຫ້ໄດ້ຜົນເປັນລຳດັບຂື້ນໄປ; ການນັບຖືສິດ ແລະ ເສລີພາບນີ້ໃຫ້ດຳເນີນໄປໃນທ່າມກາງຊາວຊົນພົນລະເມືອງຂອງບັນດາລັດສະມາຊິກນັ້ນເອງພ້ອມກັບທັງຊາວຊົນພົນລະເມືອງຂອງບັນດາດິນແດນທີ່ຢູ່ໃນອຳນາດແຫ່ງກົດໝາຍຂອງລັດເຫຼົ່ານັ້ນດ້ວຍ.
27ມາດຕາ 1:
28
29ມະນຸດເກີດມາມີສິດເສລີພາບ ແລະ ສະເໝີໜ້າກັນໃນທາງກຽດຕິສັກ ແລະ ທາງສິດດ້ວຍມະນຸດມີສະຕິສຳປັດຊັນຍະ(ຮູ້ດີຮູ້ຊົ່ວ)ແລະມີມະໂນທຳຈື່ງຕ້ອງປະພຶດຕົນຕໍ່ກັນໃນທາງພີ່ນ້ອງ.
30ມາດຕາ 2:
31
32ຂໍ້ 1.ຄົນຜູ້ໃດກໍ່ອ້າງຕົນໄດ້ວ່າ:ມີສິດ ແລະ ເສລີພາບທຸກຢ່າງທີ່ໄດ້ປ່າວຮ້ອງຢູ່ໃນປະກາດສະບັບນີ້ໂດຍບໍ່ເລືອກໜ້າ ບໍ່ຈຳກັດເຊື້ອຊາດ,ຜິວເນື້ອ,ເພດ,ສາສະໜາ ຄວາມຄິດເຫັນໃນດ້ານການເມືອງ ຫຼື ອື່ນໆ ກຳເນີດແຫ່ງຊາດຫຼື ສັງຄົມຖານະການມີຊັບສົມບັດມາກ ຫຼື ນ້ອຍ,ມີຕະກຸນ ຫຼື ຖານະອື່ນໆ.
33
34ຂໍ້ 2.ອີກປະການໜື່ງ ຈະບໍ່ຈຳກັດຢ່າງໃດໃນການແຕກຕ່າງກັນອັນເນື່ອງມາຈາກລະບຽບການເມືອງການປົກຄອງ ຫຼື ລະຫວ່າງຊາດຂອງປະເທດ ຫຼື ດິນແດນ ຊື່ງບຸກຄົນຜູ້ໃດຜູ້ໜື່ງສັງກັດຢູ່;ດິນແດນນັ້ນຈຳເປັນເອກະລາດຢູ່ໃນຄວາມອາລັກຂາຂອງມະຫາອຳນາດ ຫຼື ບໍ່ມີອິດສະຫຼະ ຫຼື ຖືກລົດອະທິປະໄຕລົງໂດຍຈຳກັດກໍ່ຕາມ.
35ມາດຕາ 3.
36
37ບຸກຄົນທຸກຄົນມີສິດດຳລົງຊີວິດ ມີສິດເສລີພາບ ແລະ ຄວາມປອດໄພໃນຕົວ.
38ມາດຕາ 4.
39
40ບໍ່ມີຜູ້ໃດເລີຍທີ່ຈະຕ້ອງຖືວ່າ:ມີອາການເປັນທາດ ແລະ ເປັນຂ້ອຍເປັນຂ້າການເປັນທາດ ແລະ ຂ້າທາດນັ້ນ ເປັນສີ່ງທີ່ຕ້ອງຫ້າມທຸກປະການ.
41ມາດຕາ 5.
42
43ບໍ່ມີຜູ້ໃດເລີຍທີ່ຈະຕ້ອງຖືກທໍລະມານຕົວ ຖືກໂທດ ຫຼື ຂະນາບຢ່າງມາລຸນໂຫດຮ້າຍຢ່າງຂາດມະນຸດສະທຳ ຫຼື ເຊື່ອມເສຍກຽດຕິຍົດ.
44ມາດຕາ 6.
45
46ບຸກຄົນຜູ້ໃດກໍລະນີມີສິດທີ່ຈະຮັບຮູ້ນິໃສປະຈຳບຸກຄົນທີ່ປະຕິບັດກັນໃນທາງກົດໝາຍນະສະຖານທີ່ທຸກແຫ່ງ.
47ມາດຕາ 7.
48
49ບຸກຄົນສະເໝີກັນຕໍ່ໜ້າກົດໝາຍ ແລະ ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຂອງກົດໝາຍເທົ່າທຽມກັນໂດຍບໍ່ມີການແຕກຕ່າງທຸກຄົນມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງເທົ່າທຽມກັນຕໍ່ການກະທຳໃດໆທີ່ຖືກບຸກຄົນແຕກຕ່າງກັນອັນອາດເປັນການລະເມີດໃບປະກາດສະບັບນີ້ ແລະ ຕໍ່ການທ້າທາຍໃດໆທີ່ຈະຖືໃຫ້ແຕກຕ່າງກັນດັ່ງນີ້:
50ມາດຕາ 8.
51
52ທຸກຄົນມີສິດທີ່ຈະເພີ່ງສານປະຈຳຊາດທີ່ມິອຳນາດເພື່ອຕໍ່ວ່າການກະທຳອັນເປັນການລະເມີດສິດສຳຄັນລັດຖະທຳມະນູນ ຫຼືກົດໝາຍໄດ້ຮັບຮູ້ແລ້ວນັ້ນ.
53ມາດຕາ 9.
54
55ບຸກຄົນໃດບໍ່ອາດຖືກຈັບກຸມຄຸມຂັງ ແລະ ເນລະເທດໂດຍລຳພັງໃຈເລີຍ.
56ມາດຕາ 10.
57
58ບຸກຄົນແຕ່ລະຄົນມີສິດເສລີພາບຢ່າງເຕັມທີ່ ທີ່ຈະໄຫ້ສານອິດສະຫຼະ ແລະ ທ່ຽງທຳຟັງຄວາມກ່າວຫາຂອງຕົນຢ່າງຍຸດຕິທຳ ແລະ ເປີດເຜີຍສານນັ້ນຈະພິຈາລະນາຕົກລົງຕາມສິດ ແລະ ໜ້າທີ່ຂອງບຸກຄົນ ຫຼື ຕາມຄຳກ່າວຫາໃສ່ບຸກຄົນຜູ້ນັ້ນຢ່າງມີເຫດຜົນພຽງພໍຢູ້ໃນພະແນກອາຍາ.
59ມາດຕາ 11.
60
61ຂໍ້ 1. ບຸກຄົນຜູ້ໃດທີ່ຖືກກ່າວຫາກະທຳຜິດກົດໝາຍນັ້ນຕ້ອງໃຫ້ຖືວ່າບໍ່ມີຄວາມຜິດຈົນກວ່າຄວາມຜິດຂອງຜູ້ນັ້ນຈະປະກົດຂື້ນຕາມກົດໝາຍໃນລະຫວ່າງການດຳເນີນຄະດີຊ້ອງໜ້າປະຊາຊົນ ໃນລະຫວ່າງນັ້ນຕ້ອງໃຫ້ບຸກຄົນຜູ້ກ່ຽວຂ້ອງໄດ້ມີປະກັນອັນຄວນໃນການຕໍ່ສູ້ຄະດີຂອງຕົນ.
62
63ຂໍ້ 2. ຜູ້ໃດຜູ້ໜື່ງຈະບໍ່ຖືກໂທດເລີຍໃນການກະທຳ ຫຼື ການຫຼົງລືມຖ້າຫາກວ່າໃນຄະນະທີ່ທຳນັ້ນເຫັນວ່າບໍ່ຜິດຕໍ່ກົດໝາຍຂອງຊາດ ຫຼື ລະຫວ່າງຊາດໃນທຳນອງດຽວກັນ ບໍ່ຄວນຈະປັບໃໝໃສ່ໂທດບຸກຄົນຜູ້ນັ້ນໃຫ້ໜັກກວ່າໂທດທີ່ໃຊ້ປະຕິບັດໃນຄະນະທີ່ກະທຳຄວາມຜິດນັ້ນ.
64ມາດຕາ 12.
65
66ບຸກຄົນຜູ້ໃດຈະຖືກຜູ້ອື່ນແຊກແຊງກ່ຽວຂ້ອງໂດຍລຳພັງໃຈໃນການດຳເນີນຊີວິດຂອງຕົນເອງຄອບຄົວຂອງຕົນກ່ຽວຂ້ອງນຳທີ່ພັກອາໃສຂອງຕົນ ຫຼື ນຳຈົດໝາຍທີ່ຂຽນໄປມາຫາກັນ ຫຼື ຈະຖືກບຽດບຽນກຽດຕິຍົດ ແລະ ຊື່ສຽງຂອງຕົນນັ້ນບໍ່ໄດ້ເລີຍບຸກຄົນທຸກຄົນມີສິດທີ່ຈະຢູ່ໃນຄວາມ ຄຸ້ມຄອງຂອງກົດໝາຍເພື່ອຕໍ່ວ່າການແຊກແຊງ ຫຼື ການບຽດບຽນເຊັ່ນນັ້ນ.
67ມາດຕາ 13.
68
69ຂໍ້ 1. ບຸກຄົນທຸກຄົນມີສິດທີ່ຈະທ່ອງທ່ຽວໄປມາໂດຍເສລີ ແລະ ເລືອກທີ່ຕັ້ງພູມລຳເນົາຢູ່ພາຍໃນລັດ ຫຼື ລັດໜື່ງ.
70
71ຂໍ້ 2. ບຸກຄົນແຕ່ລະຄົນມີສິດທີ່ຈະຈາກປະເທດໃດປະເທດໜື່ງໄປ ນັບທັງປະເທດຂອງຕົນດ້ວຍ ແລະ ກັບຄືນມາໃນປະເທດຂອງຕົນໄດ້.
72ມາດຕາ 14.
73
74ຂໍ້ 1. ບຸກຄົນທຸກຄົນເມື່ອຖືກບຽດບຽນຂ້ຽວເຂັນນັ້ນສິດທີ່ຈະຫາທີ່ອາໄສ ແລະ ຮັບເອົາທີ່ອາໄສໃນປະເທດອື່ນກໍ່ໄດ້.
75
76ຂໍ້ 2. ສິດສ່ວນນີ້ບໍ່ໃຫ້ອ້າງອອກໃດ້ໃນກໍລະນີທີ່ຄຳຮ້ອງຟ້ອງກ່າວຫາຫາກມີເຫດຜົນຕາມຄວາມຈິງອັນກ່ຽວແກ່ໂທດທາງກົດໝາຍລະຫວ່າງຊາດ ຫຼື ກ່ຽວເຖິງການກະທຳທີ່ຂັດຕໍ່ຫຼັກການ ແລະ ຄວາມມຸ້ງໝາຍຂອງສະຫະປະຊາຊາດ.
77ມາດຕາ 15.
78
79ຂໍ້ 1. ບຸກຄົນຜູ້ໃດກໍ່ຈະມີສິດມີສັນຊາດ.
80
81ຂໍ້ 2. ບໍ່ມີຜູ້ໃດເລີຍທີ່ຈະຖືກຖອນສັນຊາດຂອງຕົນໂດບລຳພັງໃຈ ຫຼື ຖືກຖອນສິດໃນການປ່ຽນສັນຊາດ.
82ມາດຕາ 16.
83
84ຂໍ້ 1. ຕັ້ງແຕ່ມີອາຍຸລຸ້ນບ່າວສາວຂື້ນໄປຜູ້ຊາຍ ແລະ ຜູ້ຍິງໂດຍບໍ່ຈຳກັດສັນຊາດ ເຊື້ອຊາດ ຫຼື ສາສະໜາ ມີສິດທີ່ຈະສົມລົດ(ແຕ່ງດອງເອົາກັນເປັນຜົວເມຍ) ແລະ ສ້າງຄອບຄົວຄູ່ສົມລົດມີສິດສະເໝີກັນໃນເມື່ອວິວາຫະມົງຄົນ ໃນລະຫວ່າງຢູ່ກິນດ້ວຍກັນຖານຜົວເມຍ ແລະ ໃນຂະນະທີ່ມີການເລີກວິວາຫະມົງຄົນ.
85
86ຂໍ້2. ການສົມລົດຈະຕົກລົງກັນໄດ້ກໍ່ແຕ່ເມື່ອຄູ່ສົມລົດໄດ້ໃຫ້ຄວາມສົມຍອມ ຢ່າງເຕັມໃຈ ແລະ ເດັດຂາດ.
87
88ຂໍ້3. ຄອບຄົວເປັນວັດຖຸທຳມະຊາດ ແລະ ຫຼັກສຳຄັນຂອງສັງຄົມ ແລະ ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຈາດສັງຄົມ ແລະ ຈາກລັດ.
89ມາດຕາ 17.
90
91ຂໍ້ 1. ບຸກຄົນທຸກຄົນໂດຍລຳພັງ ຫຼື ໃນໝູ່ຄະນະກໍ່ຄືມີສິດທີ່ຈະເປັນເຈັ້າຂອງໂດຍກຳມະສິດ.
92
93ຂໍ້ 2. ຜູ້ໃດຈະຖອນກຳມະສິດຂອງບຸກຄົນນັ້ນໂດຍລຳພັງໃຈບໍ່ໄດ້ເລີຍ.
94ມາດຕາ 18.
95
96ບຸກຄົນທຸກຄົນມີສິດເສລີພາບໃນຄວາມຄິດໃນຄວາມເຊື່ອຖື ແລະ ການຖືສາສະໜາ ສິດສ່ວນນີ້ກ່ຽວຂ້ອງດ້ວຍສິດເສລີພາບໃນການປ່ຽນສາສະໜາໃໝ່ ຫຼື ຄວາມເຊື່ອຖືຢ່າງຈິງໃຈ ແລະ ເສລີພາບໃນການສະແດງໃຫ້ເຫັນສາສະໜາຂອງຕົນ ຫຼື ຄວາມເຊື່ອຖືຢ່າງຈິງໃຈຂອງຕົນໃນການສອນໂດຍການກະທຳພິທີນະມັດສະການ ແລະ ປະຕິບັດຕາມຈາຮີດປະເພນີການສະແດງນັ້ນກະທຳໂດຍລຳພັງ ຫຼື ຮ່ວມໝູ່ຄະນະກໍ່ຕາມ.
97ມາດຕາ 19.
98
99ບຸກຄົນທຸກຄົນມີສິດເສລີພາບໃນການອອກ ແລະ ສະແດງຄວາມຄິດຄວາມເຫັນ ດັ່ງນັ້ນຈື່ງເປັນອັນວ່າ: ກ່ຽວແກ່ສິດທີ່ບໍ່ຕ້ອງວິຕົກໃນຄວາມຄິດຄວາມເຫັນຂອງຕົນ ແລະ ສິດທີ່ຈະສືບຫາຮັບແຜ່ພາບຂ່າວ ແລະ ຄວາມຄິດໂດຍວິທີໃດກໍ່ຕາມ ແລະ ໂດຍບໍ່ຈຳກັດເຂດແດນຂອງປະເທດ.
100ມາດຕາ 20.
101
102ຂໍ້ 1. ບຸກຄົນທຸກຄົນມີສິດເສລີພາບໃນການປະຊຸມ ແລະ ສະມາຄົມໃນທາງສັນຕິສຸກ.
103
104ຂໍ້ 2. ບໍ່ມີຜູ້ໃດເລີຍທີ່ຈະຕ້ອງຖືກບັງຄັບໃກ້ເຂົ້າເປັນສະມາຊິກໃນສະມາຄົມໃດສະມາຄົມໜື່ງ.
105ມາດຕາ 21.
106
107ຂໍ້ 1. ບຸກຄົນທຸກຄົນມີສິດທີ່ຈະຮ່ວມໃນການບໍລິຫານກິຈະການແຜ່ນດິນໃນປະເທດຂອງຕົນໂດຍຕົງກໍ່ດີໂດຍຜູ້ຕາງໜ້າທີ່ໄດ້ເລືອກຕາມອຳເພີໃຈແລ້ວກໍ່ດີ.
108
109ຂໍ້ 2. ບຸກຄົນທຸກຄົນມີສິດທີ່ຈະຮັບຕຳແໜ່ງລາດສະການແຫ່ງປະເທດຂອງຕົນຕາມກໍລະນີສະເໝີພາກ.
110
111ຂໍ້ 3. ຄວາມເຈດຕະນາຂອງຊົນຊາດແມ່ນຫຼັກສຳຄັນຂອງອຳນາດສາທາລະນະ, ຄວາມເຈດຕະນານີ້ຕ້ອງໃຫ້ສະແດງອອກມາຕາມພິທີຄັດເລືອກຢ່າງສຸດຈະຫຼິດຊື່ງຈະຕ້ອງກະທຳກັນຕາມກຳນົດເວລາໂດຍມີການລົງຄະແນນສຽງສະເໝີກັນທົ່ວໄປ ແລະ ດ້ວຍພິທີລັບ ຫຼື ຕາມພິທີດຽວກັນທີ່ໄຫ້ເສລີພາບໃນການລົງຄະແນນສຽງ.
112ມາດຕາ 22.
113
114ຂໍ້ 1. ບຸກຄົນທຸກຄົນໃນຖານະທີ່ເປັນສະມາຊິກຂອງສັງຄົມມີສິດທີ່ຈະໄດ້ຮັບຄວາມປອດໄພດ້ານສັງຄົມ;ບຸກຄົນທຸກຄົນມີສິດທີ່ຈະໄດ້ຮັບຄວາມພໍໃຈໃນສິດທີ່ກ່ຽວຂ້ອງແກ່ເສດຖະກິດ ສັງຄົມ ແລະ ວັດທະນາທຳຊື່ງຈຳເປັນແກ່ກຽດຕິສັກຂອງຕົນໂດຍເສລີທັງນີ້ຍ້ອນຄວາມພະຍາຍາມຂອງຊາດ ແລະ ຄວາມຮ່ວມມືລະຫວ່າງຊາດໂດຍຄຳນືງເຖິງການວາງລະບຽບ ແລະ ຊັບສົມບັດຂອງແຕ່ລະປະເທດ.
115ມາດຕາ 23.
116
117ຂໍ້ 1. ບຸກຄົນທຸກຄົນມີສິດທີ່ຈະເຮັດວຽກເຮັດການເລືອກການງານຂອງຕົນຕາມລຳເພີງໃຈຕາມກໍລະນີທີ່ເປັນທຳ ແລະ ພໍໃຈ ແລະ ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຕໍ່ການຂາດງານທຳ.
118
119ຂໍ້ 2. ທຸກຄົນມີສິດທີ່ຈະໄດ້ຮັບຄ່າຈ້າງສົມກັບງານທີ່ທຳນັ້ນໂດຍບໍ່ມີການແຕກຕ່າງກັນ.
120
121ຂໍ້ 3. ບຸກຄົນຜູ້ໃດທຳການງານມີສິດທີ່ຈະຮັບລາງວັນຕາມຄວາມຍຸດຕິທຳ ແລະ ພໍໃຈເພື່ອລ້ຽງຊີບຂອງຕົນ ແລະ ຄອບຄົວໂດຍສົມກຽດ ແລະ ຖ້າເປັນການສົມຄວນກໍ່ຈະໄດ້ຮັບຄວາມຄຸ້ມຄອງຈາກສັງຄົມໂດຍວິທີອື່ນໆອີກດ້ວຍ.
122
123ຂໍ້4. ບຸກຄົນທຸກຄົນມີສິດທີ່ຈະຕັ້ງສະມາຄົມຂື້ນກັບພັກພວກອື່ນໆ ແລະ ເຂົາເປັນສະມາຊິກເພື່ອປ້ອງກັນຜົນປະໂຫບດຂອງຕົນ.
124ມາດຕາ 24.
125
126ບຸກຄົນທຸກຄົນມີສິດທີ່ຈະພັກຜ່ອນຢ່ອນໃຈ (ມີເວລາຫວ່າງ) ແລະ ເປັນຕົ້ນວ່າໄລຍະເວລາທຳນັ້ນຈະໄດ້ຖືກກະໃຫ້ມີກຳນົດໄວ້ຕາມສົມຄວນສ່ວນຄ່າຈ້າງລາຍວັນນັ້ນກໍ່ຈະໄດ້ຄິດໃຫ້ລຳສັບເວລາພັກຜ່ອນຕາມກຳນົດດ້ວຍ.
127ມາດຕາ 25.
128
129ຂໍ້ 1. ບຸກຄົນທຸກຄົນທີ່ຈະມີມາດຕະຖານການຄອງຊີບພຽງພໍເພື່ອສຸຂະພາບ ແລະ ຄວາມສະບາຍຂອງຕົນ ແລະ ຄອບຄົວຂອງຕົນເປັນຕົ້ນວ່າສຳລັບອາຫານການກິນເຄື່ອງນຸ່ງຮົ່ມທີ່ພັກອາໃສ ການຮັກສາຕົວຈາກແພດພ້ອມທັງການກ່ຽວແກ່ສັງຄົມທີ່ຈຳເປັນນັ້ນດ້ວຍ;ບຸກຄົນທຸກຄົນມີສິດທີ່ຈະຮັບການປອດໄພໃນເມື່ອຂາດທຳງານໃນເມື່ອມີຄວາມເຈັບເປັນຖືກພິການ ເປັນໝ້າຍເຖົ້າແກ່ສະລາ ຫຼື ຢູ່ໃນສະຖານອື່ນໆເຊັ່ນ:ຂາດພິທີຫາລ້ຽງຊີບອັນເນື່ອງມາຈາກເຫດການທີ່ເກີດຂື້ນຢ່າງບໍ່ເຈດຕະນານັ້ນ.
130
131ຂໍ້ 2. ມາດາຜູ້ຄອດບຸດ ແລະ ເດັກທີ່ເກີດໃໝ່ມີສິດທີ່ຈະໄດ້ຮັບການຊົດຊ່ອຍ ແລະ ຄວາມຊ່ວຍເຫຼືອໂດຍສະເພາະເດັກນ້ອຍທຸກຄົນທີ່ເກີດມາກາງວິວາຫະມົງຄົນ ຫຼື ນອກວິວາຫະມົງຄົນມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຈາກສັງຄົມເຊັ່ນດຽວກັນ.
132ມາດຕາ 26.
133
134ຂໍ້ 1. ບຸກຄົນທຸກຄົນມີສິດທີ່ຈະໄດ້ຮັບການອົບຮົມສຶກສາ, ການອົບຮົມສຶກສານັ້ນຕ້ອງດຳເນີນໂດຍບໍ່ໃຫ້ມີການເສຍຄ່າ, ຢ່າງໜ້ອຍຕ້ອງແມ່ນການສືກສາຊັ້ນມູນ ແລະ ທີເປັນເຄົ້າສຳລັບມູນສືກສາ ດຳເນີນໂດຍບໍ່ມີການເສຍຄ່າການສຶກສາວິຊາສະເພາະ ແລະ ອະຊິວະສືກສາຕ້ອງໃຫ້ດຳເນີນທົ່ວໄປ, ສ່ວນອຸດົມສືກສານັ້ນຕ້ອງເປີດໃຫ້ແກ່ບຸກຄົນທຸກຄົນໂດຍສະເໝີພາບເຕັມທີ່ ແລະ ຕາມຄຸນນະວຸດທິຂອງບຸກຄົນ.
135
136ຂໍ້ 2. ການອົບຮົມສຶກສານັ້ນຕ້ອງໄດ້ມຸ້ງໄປຫາຄວາມເບີກບານອັນເຕັມທີ່ຂອງບຸກຄະລິກແຫ່ງມະນຸດ ແລະ ມຸ້ງເຖິງຄວາມນັບຖືສິດຂອງມະນຸດ. 'ແລະ ເສລີພາບສ່ວນສຳຄັນນັ້ນໃຫ້ມາກຍີ່ງຂື້ນການອົບຮົມສຶກສາຕ້ອງສະໜັບສະໜູນຄວາມເຂົ້າໃຈຄວາມຜ່ອນຜັນ ແລະ ມິດຕະພາບລະຫວ່າງປະເທດຊາດທຸກປະເທດ ແລະ ໝູ່ກຸ່ມເຊື້ອຊາດ ຫຼື ສາສະໜາທຸກເຫຼົ່າພ້ອມດ້ວຍຂະຫຍາຍການດຳເນີນຂອງສະຫະປາຊາຊາດເພື່ອຮັກສາໄວ້ຊື່ສັນຕິພາບ.'
137
138ຂໍ້ 3. ພໍ່ແມ່ມີສິດກ່ອນເພີ່ນທີ່ຈະເລືອກເອົາຊະນິດການອົບຮົມສຶກສາທີ່ຈະໄຫ້ລູກຂອງຕົນໄດ້ຮັບນັ້ນ.
139ມາດຕາ 27.
140
141ຂໍ້ 1. ບຸກຄົນທຸກຄົນທີ່ສິດທີ່ຈະເຂົ້າຮ່ວມດຳເນີນການສຶກສາໃນໝູ່ຄະນະໂດຍເສລີຮັບຄວາມເພີດເພີນຈາກສິນລະປະ ແລະ ຮ່ວມມືຈັດການກ້າວໜ້າໃນດ້ານວິທະຍາສາດ ແລະ ຜົນປະໂຫຍດທີ່ຈະໄດ້ມານັ້ນດ້ວຍ.
142
143ຂໍ້ 2. ຜູ້ໃດກໍ່ມີສິດທີ່ຈະໄດ້ຮັບຄວາມຄຸ້ມຄອງຈາກຜົນປະໂຫຍດທາງກາຍ ແລະ ໃຈອັນເກີດມາຈາກການດຳເນີນທຸກຢ່າງໃນດ້ານວິທະຍາສາດວັນນະຄະດີ ຫຼື ສິນລະປະຊື່ງຕົນເປັນເຈົ້າຂອງນັ້ນ.
144ມາດຕາ 28.
145
146ບຸກຄົນທຸກຄົນມີສິດທີ່ຈະມີການສະຫງົບເກີດຂື້ນໃນດ້ານສັງຄົມ ແລະ ໃນດ້ານຕ່າງປະເທດເພື່ອຈະໃຫ້ມີສິດ ແລະ ເສລີພາບທັງມວນທີ່ໄດ້ກ່າວໃນໃບປະກາດສະບັບນີ້ດຳເນີນໄປຢ່າງສັກສິດສົມບູນ.
147ມາດຕາ 29.
148
149ຂໍ້ 1. ບຸກຄົນໃດກໍ່ມີໜ້າທີ່ຊື່ງຕ້ອງປະຕິບັດຕໍ່ໝູ່ຄະນະໃນສັງຄົມ; ຄວາມຈະເລີນແຫ່ງບຸກຄະລິກຂອງຕົນຈະດຳເນີນໄປໄດ້ຢ່າງເສລີ ແລະ ສົມບູນກໍ່ແຕ່ໃນວົງໝູ່ຄະນະເທົ່ານັ້ນ.
150
151ຂໍ້ 2. ໃນການປະຕິບັດສິດ ແລະ ເສລີພາບຂອງຕົນນັ້ນທຸກຄົນໃດຕ້ອງດຳເນີນຢູ່ໃນຂອບເຂດແຫ່ງກົດໝາຍທີ່ຕັ້ງໄວ້ນັ້ນທັງສີ້ນຢ່າງເໝາະສົມແກ່ຄວາມຕ້ອງການຂອງທຳມະຈະລິຍາຄວາມສະຫງົບຂອງສາທາລະນະຊົນ ແລະ ສັນຕິສຸກຮ່ວມກັນໃນສັງຄົມປະຊາທິປະໄຕ.
152
153ຂໍ້ 3. ໃນສະຖານໃດກໍ່ດີສິດ ແລະ ເສລີພາບເຫຼົ່ານີ້ບໍ່ຄວນໃຫ້ປະຕິບັດໄປໃນທາງຂັດຂວາງຕໍ່ຈຸດໝາຍ ແລະ ຫຼັກການຂອງສະຫະປະຊາຊາດ.
154ມາດຕາ 30.
155
156ຂໍ້ໃດຂໍ້ໜື່ງໃນປະກາດສະບັບນີ້ບໍ່ໃຫ້ເອົາຕິດຄວາມເຂົ້າໄປໃນທາງອັນກ່ຽວແກ່ສິດໃດສິດໜື່ງສະລັບລັດໃດລັດໜື່ງ ໝູ່ຄະນະໃດຄະນະໜື່ງ ຫຼື ບຸກຄົນໃດບຸກຄົນໜື່ງທີ່ຈະດຳເນີນຫຼື ປະຕິບັດການອັນມຸ້ງທຳລາຍສິດ ແລະ ເສລີພາບທັງມວນຢູ່ໃນປະກາດສະບັບນີ້.